Tuesday, August 13, 2013

ສະບາຍດີ..............
ຂໍສະແດງຄວາມຍິນດີ ແລະຕ້ອນຮັບບັນດາທ່ານທີ່ແວ່ມາຢ້ຽມຢາມເວັບໄຊ ໂດຍເວັບໄຊນີ້ສ້າງຂຶ້ນໂດຍມີຈຸດປະສົງເພື່ອໃຊ້
ເປັນບ່ອນສະໜອງຂໍ້ມູນໃຫ້ນັກສຶກສາ ຫຼືຜູ້ທີ່ມີຄວາມມັກໃນເລື່ອງຂອງໄອທີ ເບື້ອງຕົ້ນຂ້າພະເຈົ້າຈະລວບລວມເລື່ອງລາວ
ທີ່ກ່ຽວກັບພາສາທີ່ໃຊ້ໃນການສ້າງ ແລະພັດທະນາເວັບໄຊ ໂດຍມີເນື້ອໃນເໝາະສົມສຳລັບຜູ້ທີ່ຢາກເລີ່ມຕົ້ນໃຫ້ລອງສຶກສາ ເຊັ່ນ: ພາສາ HTML,CSS,Javascritp, PHP ຫຼືສ້າງເວັບໄຊດ້ວຍໂປຣແກຣມສຳເລັດຮູບທີ່ໄດ້ຮັບຄວາມນິຍົມ ເຊັ່ນ: Adobe Dreamweaver ຄຽງຄູ່ກັບໂປຣແກຣມສຳລັບສ້າງພາບກຣາບຟິກ ເພື່ອຊ່ວຍໃຫ້ການອອກແບບໜ້າເວັບໃຫ້
ສວຍງາມເປັນຕົ້ນວ່າ ໂປຣແກຣມ Adobe Photoshop, ອື່ນໆ.
     ຫວັງຢ່າງຍິ່ງວ່າ ເວັບໄຊນີ້ຈະມີປະໂຫຍດຕໍ່ທ່ານບໍ່ຫຼາຍກໍ່ໜ້ອຍ ແລະຖ້າມີອັນໃດຜິດພາດກໍ່ຕ້ອງຂໍອະໄພມາຍັງທີ່ນີ້ດ້ວຍ
ຫຼືທ່ານໃດມີຄຳຄິດເຫັນໃດໆຢາກແນະນຳສົ່ງຂ່າວເພື່ອປະກອບສ່ວນໃນການພັດທະນາເວັບໄຊນີ້ໃຫ້ເກີດປະໂຫຍດສູງສຸດ
ແກ່ການສຶກສາຂອງບ້ານເຮົາ ຫຼືທຸກໆຄົນ ກໍ່ສາມາດສົ່ງມາໄດ້ຕາມທີ່ຢູ່ທີ່ບອກໄວ້ໃນເວັບໄຊນີ້.